<
ຍິນດີຕ້ອນຮັບມາສູນຖ່າຍທອດເຕັກໂນໂລຊີ ລາວ - ຈີນ

ພັກ-ລັດຖະບານ ເອົາໃຈໃສ່ໃນຂະແໜງອຸດສາຫະກຳ ແລະ ຫັດຖະກຳ ຢູ່ ສປປ ລາວ

ເວລາອອກ:2018-11-05 22:19:38   ຄວາມເປັນມາຂອງບົດ:KPL

* ໂດຍປະຕິບັດ ຕາມແນວ ທາງຂອງພັກ ແລະ ນະໂຍບາຍ ຂອງລັດຖະບານ, ມະຕິ-ຄຳສັ່ງ, ຂໍ້ກຳນົດຕ່າງໆຂອງພັກ ແລະ ບັນດາແຜນ ພັດທະນາ ເສດຖະກິດ- ສັງຄົມແຫ່ງຊາດ ທີ່ລັດຖະບານ ໄດ້ວາງອອກ ແຕ່ລະໄລຍະ ຂອງການພັດ ທະນາປະເທດຊາດ. ຂະແໜງອຸດສາຫະກຳ ແລະ ຫັດ ຖະກຳ ເປັນວຽກງານ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຢູ່ແຕ່ລະໄລຍະ ຕາມພາລະ ບົດບາດ-ໜ້າທີ່ ແລະ ຄວາມ ຮັບຜິດຊອບ ຢ່າງຕໍ່ເນື່ອງ. ພາຍຫລັງພັກ ໄດ້ມີແນວ ທາງປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫລັກການວາງ ອອກປະຕິບັດ ເຊິ່ງໄດ້ຮັບຮອງເອົາ ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກປີ 1986 ເປັນຕົ້ນມາ. ໃນນີ້ການ ປ່ຽນແປງໃໝ່ ດ້ານເສດຖະກິດ ໄດ້ຫັນຈາກກົນໄກຄຸ້ມ ຄອງແບບບໍລິຫານ ເກື້ອກູນໄປສູ່ກົນໄກ ການຄຸ້ມຄອງ ທີ່ມີການໄລ່ລຽງ ທຸລະກິດຕາມກົນໄກ ເສດຖະກິດຕະຫລາດ ທີ່ມີການ ນຳພາຂອງພັກ ແລະ ການຄຸ້ມຄອງ ດັດສົມຂອງລັດຖະບານ; ປັບປຸງໂຄງປະກອບ ເສດຖະກິດ ໂດຍຖືເອົາກະສິກຳ- ປ່າໄມ້ ເປັນພື້ນຖານຕິດພັນ ກັບຂະແໜງ ອຸດສາຫະກຳ ແລະ ການບໍລິການ, ນຳໃຊ້ການພົວພັນສິນຄ້າ ເງິນຕາ; ຂຸດຄົ້ນທ່າແຮງ ບົ່ມຊ້ອນ ຂອງທຸກພາກສ່ວນ ເສດຖະກິດ ໃນສັງຄົມ ເພື່ອເປັນກຳລັງແຮງ ສັງລວມປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ- ສັງຄົມຂອງຊາດ; ເປີດກວ້າງ ການພົວພັນຮ່ວມມື ດ້ານເສດຖະກິດ ກັບຕ່າງປະເທດ. ພາຍໃຕ້ກົນໄກ ການຄຸ້ມຄອງ ເສດຖະກິດແບບໃໝ່ ໄດ້ເຮັດໃຫ້ການລົງທຶນ ເຂົ້າສູ່ຂະແໜງ ອຸດສາຫະກຳ ແລະ ຫັດຖະກຳ ຫັນປ່ຽນທີ່ດີຂຶ້ນ, ຫລາຍຮາກຖານ ການຜະລິດ ໄດ້ຮ່ວມມືດຳເນີນ ທຸລະກິດ ກັບພາກສ່ວນ ເສດຖະກິດ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຫລາຍລະດັບ ແລະ ຫລາຍຮູບແບບ, ບາງວິສາຫະກິດ ຂອງລັດຖະບານ ທີ່ເຫັນວ່າ ບໍ່ມີປະສິດທິຜົນ ກໍໄດ້ຫັນໄປ ສູ່ຮູບແບບກຳ ມະສິດອື່ນ ເປັນຕົ້ນ ໃຫ້ເອກະຊົນເຊົ່າ ຫລື ຮັບເໝົາ ກິດຈະການ.ພ້ອມກັນນັ້ນ, ລັດຖະບານ ກໍໄດ້ອະນຸຍາດ ໃຫ້ບໍລິສັດຂອງ ຕ່າງປະເທດ ຈຳນວນໜຶ່ງ ລົງທຶນສຳຫລວດ ແລະ ຂຸດຄົ້ນບໍ່ແຮ່, ສຳຫລວດ ແລະ ກໍ່ສ້າງເຂື່ອນ ໄຟຟ້ານ້ຳຕົກ ທີ່ເຫັນວ່າເປັນ ທ່າແຮງຂອງປະເທດຊາດ.

   ຈາກບົດຮຽນ ຂອງຫລາຍປະເທດ ທີ່ຈະເລີນກ້າວໜ້າ ໄດ້ຢັ້ງຢືນວ່າ ມີແຕ່ຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ ເທົ່ານັ້ນ ຈິ່ງຈະນຳເອົາປະເທດຊາດ ຫລຸດພົ້ນອອກ ຈາກຄວາມ ດ້ອຍພັດທະນາ ແລະ ກ້າວໄປສູ່ ການຜະລິດ ທີ່ກ້າວໜ້າ. ເພື່ອປະກອບສ່ວນ ຈັດຕັ້ງປະຕິບັດ ຍຸດທະສາດ ການຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ ທີ່ພັກວາງອອກນັ້ນ, ຂະແໜງ ອຸດສາຫະກຳ ແລະ ຫັດຖະກຳ ໄດ້ວາງຍຸດທະສາດ ການພັດທະນາ ຂະແໜງການ ຂອງຕົນຮອດປີ 2025 ໂດຍໄດ້ກຳນົດແຜນງານ, ໂຄງການ ແລະ ໄດ້ວາງແຜນ ການແຕ່ລະປີ ທັງໄດ້ກຳນົດ ລະດັບຄາດໝາຍ ແຕ່ລະໄລຍະ ຢ່າງຈະແຈ້ງ ທັງຮຽກຮ້ອງ ທຸກຂະແໜງການ, ທ້ອງຖິ່ນ ແລະ ທຸກພາກສ່ວນ ທຸລະກິດ ເຂົ້າຮ່ວມຢ່າງຕັ້ງໜ້າ. ຄຽງຄູ່ກັບຜົນງານ ທີ່ກ່າວມານັ້ນ, ຍັງມີຂໍ້ຄົງຄ້າງ ຈຳນວນໜຶ່ງ ຕ້ອງໄດ້ສືບຕໍ່ ປັບປຸງແກ້ໄຂເຊັ່ນ: ການປະຕິບັດລະບຽບ ກົດໝາຍກໍຄື ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບ ຂະແໜງ ອຸດສາຫະກຳ- ການຄ້າ ທີ່ຍັງບໍ່ທັນເຂັ້ມງວດ ແລະ ສັກສິດເທົ່າທີ່ຄວນ; ການຄົ້ນຄວ້າກຳນົດ ນະໂຍບາຍ; ນິຕິກຳ ແລະ ວິທະຍາສາດ- ວິທະຍາການ ຍັງບໍ່ທັນສົມຄູ່ ກັບການຂະຫຍາຍຕົວ ຂອງວຽກງານ ໃນໄລຍະໃໝ່; ການສ້າງຊັບພະຍາ ກອນມະນຸດ ທັງພາກລັດ ແລະ ພາກທຸລະ ກິດຕາມທິດນຳ ບຸກທະລຸດ້ານ ການພັດທະນາ ຍັງປະຕິບັດ ໄດ້ໜ້ອຍ; ການຊຸກຍູ້ ການຜະລິດ ເປັນສິນຄ້າຍັງ ບໍ່ທັນແຂງແຮງ; ການປົກປ້ອງຜູ້ລົງທຶນ- ຜູ້ປະກອບການ ຈາກການແຂ່ງຂັນ ແລະ ການປົກປ້ອງ ຜູ້ຊົມໃຊ້ ຍັງເຮັດບໍ່ທັນ ໄດ້ດີເທົ່າທີ່ຄວນ; ໂຄງປະກອບ ສິນຄ້າສົ່ງອອກຍັງບໍ່ ຫລາຍສ່ວນໃຫຍ່ ຍັງອີງໃສ່ ການສົ່ງອອກສິນຄ້າ ຂັ້ນຕົ້ນຈາກແຮ່ທາດ ແລະ ກະສິກຳ-ປ່າໄມ້; ອຸດສາຫະກຳປຸງແຕ່ງ ຜົນຜະລິດກະສິກຳ ແລະ ປ່າໄມ້ ຍັງຂະຫຍາຍຕົວ ບໍ່ສົມຄູ່ກັບທ່າແຮງ ບົ່ມຊ້ອນທີ່ມີ; ແຜນການສົ່ງເສີມ ແລະ ພັດທະນາວິສາຫະກິດ ໃຫ້ສາມາດ ແຂ່ງຂັນໄດ້ໃນເງື່ອນໄຂ ເຊື່ອມໂຍງ ສາກົນ ຍັງເຮັດໄດ້ພຽງ ແຕ່ບາງດ້ານບາງ ຂະແໜງການ.

   ສຳລັບທິດທາງ ແລະ ຄາດໝາຍສູ້ຊົນ ໃນຕໍ່ໜ້າ ຂອງຂະແໜງ ການອຸດສາຫະກຳ ແມ່ນສຸມໃສ່ນຳພາ ຂະແໜງ ການປະຕິບັດ ພາລະບົດບາດຄຸ້ມຄອງ ມະຫາພາກຕິດພັນ ກັບວຽກງານ 3 ສ້າງຄືສ້າງແຂວງ ເປັນຫົວໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍ ພັດທະນາ ດ້ວຍການສ້າງບາດກ້າວ ບຸກທະລຸ ການພັດທະນາ ໃຫ້ປະກົດຜົນເປັນຈິງ ແນໃສ່ປະກອບ ສ່ວນປະຕິບັດ ເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ແບບຍືນຍົງ ທີ່ກ່ຽວຂ້ອງກັບ ຂະແໜງຂອງຕົນ ເພື່ອປະກອບ ສ່ວນເຮັດໃຫ້ ປະເທດຊາດ ຫລຸດພົ້ນຈາກ ສະຖານະພາບ ປະເທດ ດ້ອຍພັດທະນາ; ນຳພາສ້າງພັກ ໃນທົ່ວອົງຄະນະພັກ ໃຫ້ໜັກແໜ້ນ ເຂັ້ມແຂງ ແລະ ປອດໃສ ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນ ວິທີນຳພາ; ເພີ່ມທະວີ ການນຳພາ ຂອງພັກ, ຕິດຕາມ- ກວດກາ ການເຄື່ອນໄຫວ ຈັດຕັ້ງປະຕິບັດ ແນວທາງ ຂອງພັກ, ນະໂຍບາຍ ແລະ ລະບຽບກົດໝາຍ ຂອງລັດຖະບານ ລວມທັງການວາງທິດ ທາງແຜນງານ, ໂຄງການທີ່ພົວພັນ ເຖິງຂະແໜງການຕ່າງໆ. ພ້ອມນັ້ນກໍຫັນ ການຜະລິດກະສິກຳ ແລະ ຫັດຖະກຳ ໃນຄອບຄົວ ແລະ ອຸດສາຫະກຳ ຂອງປະຊາຊົນ ຜະລິດໃຫ້ກາຍ ເປັນສິນຄ້າ ສ້າງໃຫ້ຕະ ຫລາດຊົນນະບົດ ເຊື່ອມໂຍງ ກັບຕະຫລາດ ຕົວເມືອງ ແລະ ຕະຫລາດ ຊາຍແດນ; ຂະຫຍາຍພື້ນຖານ ອຸດສາຫະກຳ ປຸງແຕ່ງຈາກແຫລ່ງ ວັດຖຸດິບ ກະສິກຳ-ປ່າໄມ້, ແຫລ່ງຊັບ ພະຍາກອນ ທຳມະຊາດ ແລະ ວັດຖຸດິບນຳເຂົ້າ ເພື່ອຊົມໃຊ້ ພາຍໃນ ແລະ ສົ່ງອອກຕິດພັນ ກັບການສົ່ງເສີມການ ລົງທຶນ ຢ່າງແຂງແຮງ ແລະ ການສ້າງວຽກ ເຮັດງານທຳ ໃຫ້ແກ່ປະຊາຊົນ; ຂະຫຍາຍ ຕະຫລາດສົ່ງອອກຕົ້ນຕໍ ສຳລັບສິນຄ້າ ທີ່ເປັນຂອງປະເທດລາວ ໂດຍສະເພາະ ຕະຫລາດອາຊຽນ ແລະ ອາຊຽນ ກັບຄູ່ເຈລະຈາ ເຊິ່ງເນັ້ນໃສ່ ການສົ່ງອອກ ຜະລິດຕະພັນ ສຳເລັດຮູບ ພ້ອມທັງສ້າງຄວາມ ຫລາກຫລາຍ ຂອງສິນຄ້າສົ່ງອອກ ທີ່ມີຕະຫລາດ ໝັ້ນທ່ຽງຍາວນານ; ຫັນການພັດທະນາ ຜູ້ປະກອບກິດຈະການ ພາຍໃນຈາກປະລິມານ ໄປສູ່ຄຸນນະພາບ, ສົ່ງເສີມ ແລະສ້າງຄວາມສາມາດ ໃຫ້ແກ່ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ໃນການດຳເນີນ ການຜະລິດ- ທຸລະກິດຂອງຂະ ແໜງການສິນຄ້າ ຫລື ບໍລິການ ຕາມທ່າແຮງ ຂອງປະເທດ ໃນເງື່ອນໄຂ ຂອງການເຊື່ອມໂຍງ ກັບລະບົບ ການຄ້າພາກພື້ນ ແລະ ສາກົນ.
   ຕະຫລອດໄລຍະ 30 ກວ່າປີ ແຫ່ງການປ່ຽນແປງໃໝ່ ຮອບດ້ານຢ່າງ ມີຫລັກການ, ຂະແໜງອຸດສາຫະກຳ ແລະ ຫັດຖະກຳຢູ່ ສປປ ລາວ ໄດ້ມີບາດກ້າວ ກະໂດດຂະຫຍາຍຕົວ ຢ່າງວ່ອງໄວ, ພື້ນຖານ ການຜະລິດ ຈຳນວນໜຶ່ງ ສາມາດຕອບສະໜອງ ໃຫ້ສັງຄົມໃນລະດັບດີ ສົມຄວນທັງປະ ກອບສ່ວນສຳຄັນ ຂະຫຍາຍເສດຖະກິດ ແຫ່ງຊາດ, ສ້າງລາຍຮັບ, ສ້າງວຽກເຮັດງານທຳ ທີ່ໝັ້ນຄົງ ເຮັດໃຫ້ຊີວິດ ການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງ ປົວແປງດີຂຶ້ນ ແລະ ກ້າວໄປເຖິງ ການຫລຸດພົ້ນອອກ ຈາກຄວາມທຸກຍາກ ຕາມຄາດໝາຍ ທີ່ພັກໄດ້ກຳນົດໄວ້.


ເນື້ອໃນ: ຂປລ